ແຂວງເຮຫຼົງຈ່ຽງຂອງຈີນ ກຳລັງປະເຊີນກັບອາກາດທີ່ໜາວເຖິງ -53 ອົງສາ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ຕາມການລາຍງານຂອງສະຖານີອຸຕຸນິຍົມຢູ່ເຂດອາມູເອີ ເມືອງມົວເຫີ ແຂວງເຮຫຼົງຈ່ຽງ ຂອງຈີນ ໄດ້ວັດແທກພົບອຸນຫະ
ພູມອາກາດຕ່ຳສຸດ ຄື -53 ອົງ ສາ, ເຊິ່ງຕ່ຳກວ່າອຸນຫະພູມຕ່ຳສຸດໃນປີ 1969 ຄື -52,3 ອົງສາຢູ່ເມືອງດັ່ງກ່າວ, ໄດ້ສ້າງສະຖິຕິອຸນຫະພູມອາກາດຕ່ຳສຸດໃນ
ປະຫວັດສາດ ນັບແຕ່ຈີນມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ. ອີງຕາມຂໍ້ມູນການຕິດຕາມວັດແທກຈາກອົງການອຸຕຸນິຍົມຂອງເຂດຕ້າສິງອ່ານຫຼີງ ສະ
ແດງໃຫ້ເຫັນວ່າ: ເມືອງມົ້ວເຫີໄດ້ມີອຸນຫະພູມຕ່ຳກວ່າ -50 ອົງສາເປັນເວລາ 3 ມື້ລຽນຕິດມາແລ້ວ. ເມືອງມົ້ວເຫີຕັ້ງຢູ່ສົ້ນເໜືອສຸດຂອງຈີນ, ຖືກຄົນຈີນ
ເອີ້ນເປັນ “ຂົ້ວເໜືອ” ຂອງຈີນ. ຢູ່ບ່ອນນີ້, ອຸນຫະພູມສະເລ່ຍຕໍ່ມື້ໃນໝົດປີມີພຽງແຕ່ລົບ 3 ອົງສາເທົ່ານັ້ນ, ເວລາທີ່ບໍ່ມີໝອກກ້າມມີພຽງແຕ່ 80 ກວ່າມື້
ໃນປີໜຶ່ງໆ, ເວລາທີ່ເຂົ້າສູ່ລະດູໜາວ ແລະ ຫິມະຕົກກໍ່ຫຼາຍກວ່າແຫ່ງອື່ນຂອງຈີນ. ຂ່າວໃຫ້ຮູ້ວ່າ: ເຂດດັ່ງກ່າວເປັນເຂດທີ່ມີຄວາມ ໜາວເຢັນທີ່ສຸດຂອງ
ປະເທດ ກໍ່ຄືຂອງໂລກ, ລວມຄວາມແລ້ວເປັນເຂດທີ່ບໍ່ມີລະດູຮ້ອນເລີຍ, ເຊິ່ງພາຍໃນ 365 ວັນນັ້ນ, ບໍ່ເຫັນມີນ້ຳໝອກກ້າມພຽງແຕ່ປະມານ 80 ວັນເທົ່າ
ນັ້ນ. ຕໍ່ກັບສະພາບອາກາດດັ່ງ ກ່າວ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປູກຝັງ ແລະ ລ້ຽງສັດ, ປະຊາຊົນຈະເລືອກເຝັ້ນແນວພັນພືດທີ່ທົນທານຕໍ່ຄວາມ
ໜາວເທົ່ານັ້ນ. ຍ້ອນສາເຫດດັ່ງກ່າວ ຈຶ່ງເຮັດໃຫ້ເຂດດັ່ງກ່າວຍາກທີ່ຈະພັດທະນາເສດຖະກິດໃຫ້ທັນກັບເຂດອື່ນໆ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2023